ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ເກີດ​ແຜ່ນດິນ​ໄຫວ ລະດັບ 7,6 ຣິກ​ເຕີ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຈຳນວນ​ຫຼາຍ

     ຕາມ​ຂ່າວ​ຈາກ ນະຄອນຫຼວງ​ ໂຕ​ກຽວ, ປະເທດ​ຍີ່ປຸ່ນ​ໄດ້​ເກີດ​ແຜ່ນດິນ​ໄຫວ ລະດັບ 7,6 ຣິກ​ເຕີ ໃນ​ວັນ​ທີ 1 ມັງກອນ
2024 ນີ້, ມີ​ສູນ​ກາງ​ຢູ່ ​ແຂວງ​ອິ​ຊິ​ກາ​ວະ ທາງ​ພາກ​ກາງຂອງ ຍີ່ປຸ່ນ, ສິ່ງ​ກໍ່ສ້າງ, ເຮືອນ​ຊານ​ຂອງ​ປະຊາຊົນ ແລະ ເສັ້ນທາງ​ຫຼັກ
​ຫຼາຍ​ເສັ້ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເປັນ​ບໍລິເວນ​ກວ້າງ, ພາຍຫລັງ​ເກີດ​ແຮງ​ສັ່ນ​ສະເທືອນ​ຕາມ​ມາ​ອີກ​ຫລາຍ​ກວ່າ 200 ຄັ້ງ,
ໜ່ວຍ​ກູ້​ໄພ​ກູ້​ຊີບ​ຍີ່ປຸ່ນ ປະມານ 3.000 ຄົນ​ໄດ້​ເລັ່ງ​ກຳລັງ​ເຂົ້າ​ຊ່ວຍເຫຼືອ​ຜູ້​ລອດ​ຊີວິດ​ຢ່າງ​ເຕັມ​ຄວາມ​ສາມາດ, ແຕ່​ກໍ​ພົບ​
ຄວາມ​ຫຍຸ້ງຍາກ ເນື່ອງ​ຈາກ​ຊາກ​ຫັກ​ເພພັງ​ຂອງ​ສິ່ງ​ກໍ່ສ້າງ​ທັບ​ຖົມ.

     ຕາມ​ຂ່າວ​ຕ່າງປະເທດ​ລາຍ​ງານ​ຫຼ້າ​ສຸດ ວັນ​ທີ 3 ມັງກອນ, ຢູ່​ຫຼາຍ​ເມືອງ​ພົບ​ຜູ້​ເສຍ​ຊີວິດ​ແລ້ວ 50 ກວ່າ​ຄົນ, ໄຟ​ໄໝ້​
ເຮືອນ​ປະຊາຊົນ, ເຮືອນ​ເພພັງ​ຫລາຍ 100 ຫລັງ, ຍ້ອນ​ຜົນ​ກະທົບ​ຈາກ​ແຮງ​ສັ່ນ​ສະເທືອນ​ຂອງ​ແຜ່ນດິນ​ໄຫວ, ດິນ​ຖະ​ຫຼົ່ມ
ແລະ ຄື້ນ​ສຶ​ນາ​ມິ. ປັດຈຸບັນ ເຈົ້າ​ໜ້າທີ່​ກູ້​ໄພ​ພວມ​ເລັ່ງ​ໃຫ້ການ​ຊ່ວຍເຫຼືອ ແລະ ອົບ​ພະ​ຍົບ​ປະຊາຊົນ​ໄປ​ຢູ່​ບ່ອນ​ປອດ​ໄພ​ລວມ
57.000 ກວ່າ​ຄົນ. ຂະນະ​ດຽວ​ກັນ, ໃນ​ມື້​ຖັດ​ມາໄດ້​ເກີດ​ອຸບັດເຫດ​ເຮືອບິນ​ໂດຍສານ ​ຍີ່ປຸ່ນ​ ແອ​ລາຍ ສາຍພາຍ​ໃນ​ປະເທດ
ກຳລັງ​ລົງ​ຈອດ​ພໍດີ​ຕີນ​ແຕະ​ໜ້າດິນ ຢູ່​ສະໜາມ​ບິນ ຮາ​ເນ​ດະ ແຕ່​ປີກ​ໄປ​ເກາະ​ເອົາ​ເຮືອບິນ​ໜ່ວຍ​ຍາມ​ຝັ່ງ ທີ່​ກຳລັງ​ຊ່ວຍເຫຼືອ
​ຜູ້​ປະສົບ​ໄພ​ແຜ່ນດິນ​ໄຫວ​ຢູ່​ໃນ​ທາງ​ແລ່ນ​ດຽວ​ກັນ ເຮັດ​ໃຫ້​ເກີດ​ລະເບີດ ແລະ ​ເກີດ​ໄຟ​ໄໝ້​ເຮືອບິນ​ທັງ​ສອງ​ລຳ​ຢ່າງ​ໄວວາ,
ໃນ​ນັ້ນ ເຮືອບິນ​ໂດຍສານ​ມີ​ຜູ້ໂດຍສານ ແລະ ຈຸ​ບິນ​ລວມ 379 ຄົນ.

     ພາຍຫຼັງ​ເກີດ​ເຫດ​ໜ່ວຍ​ມອດ​ໄຟ​ໄດ້​ເລັ່ງ​ປະຕິບັດ​ການ​ຊ່ວຍເຫຼືອ​ຄົນ ແລະ ມອດ​ໄຟ​ຢ່າງ​ຮີບ​ດ່ວນ, ໃນ​ນີ້ ໄດ້​ຍົບ​ພະ​ຍົບ
​ຄົນ​ອອກ​ຈາກ​ເຮືອບິນ​ໂດຍສານ​ດ້ວຍ​ຄວາມ​ປອດ​ໄພ. ສ່ວນ​ເຮືອບິນ​ໜ່ວຍ​ຍາມ​ຝັ່ງ​ມີ​ທີມ​ງານ 6 ຄົນ ໃນ​ນີ້​ເສຍ​ຊີວິດ 5 ຄົນ.
ປັດຈຸບັນ, ທາງ​ການ ​ຍີ່ປຸ່ນ ກຳລັງ​ສືບສວນ​ຫາ​ສາເຫດ​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ສາຍ​ການບິນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/01/2024